
ກອງປະຊຸມຝຶກອົບຮົມການນໍາໃຊ້ ຊຸດເຄື່ອງມືແນະນໍາກິດຈະກໍາສ້າງລາຍຮັບວິຊາການ ສໍາລັບສະຖານອາຊີວະສຶກສາ
ໃນວັນທີ 24-26 ມິຖຸນາ 2026 ໄດ້ມີກອງປະຊຸມຝຶກອົບຮົມການນໍາໃຊ້ ຊຸດເຄື່ອງມືແນະນໍາກິດຈະກໍາສ້າງລາຍຮັບວິຊາການ ສໍາລັບສະຖານອາຊີວະສຶກສາ ຢູ່ທີ່ວິທະຍາໄລເຕັກນິກ ປາກປ່າສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນິໂກລັດ ໂທເມກໂກ ທີ່ປຶກສາອາວຸໂສ ດ້ານການພັດທະນາທັກສະວິຊາຊີບ ຂອງໂຄງການ ທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (Lao/336), ມີຜູ້ຕາງໜ້າຈາກ ກົມອາຊີວະສຶກສາ, ທີມງານຊ່ຽວຊານ ຈາກໂຄງການທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (Lao/336), ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ ແລະ ສະຖານອາຊີວະສຶກສາ ເຂົ້າຮ່ວມ ຢ່າງພ້ອມພຽງ.