
ກອງປະຊຸມຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການຮຽນ-ການສອນ ສໍາລັບຄູສອນສາຂາ ບໍລິການໂຮງແຮມ ທ່ອງທ່ຽວ ເເລະ ກະສິກຳປ່າໄມ້
ໃນວັນທີ 29 ມິຖຸນາ - 3 ກໍລະກົດ 2026 ໄດ້ມີກອງປະຊຸມຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການຮຽນ-ການສອນ ສໍາລັບຄູສອນສາຂາ ບໍລິການໂຮງແຮມ ທ່ອງທ່ຽວ ເເລະ ກະສິກຳປ່າໄມ້ ຢູ່ທີ່ສູນໂຮງແຮມຝຶກປະຕິບັດເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກ
ກົມອາຊີວະສຶກສາ, ຜູ້ຕາງໜ້າຈາກສະຖານອາຊີວະສຶກສາ, ຕາງໜ້າໂຄງການ Lao/336 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ຈຸດປະສົງຂອງກອງປະຊຸມຝຶກອົບຮົມແມ່ນ ເພື່ອໃຫ້ສາມາດນຳໃຊ້ AI ເປັນເຄື່ອງມື ຊ່ວຍເຂົ້າໃນການຮຽນ-ການສອນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະການນໍາໃຊ້ສື່ດິຈິຕອນ ແລະ ເຄື່ອງມືອອນລາຍຕ່າງໆ ເຂົ້າໃນການຈັດການຮຽນ-ການສອນ ໃຫ້ມີປະສິດທິຜົນສູງຂຶ້ນ ແລະ ສອດຄ່ອງກັບທິດທາງການ