ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ວັນທີ 10-07-2026
Featured

ວັນທີ 10-07-2026

small1

ວິທະຍາໄລເຕັກນິກ ສັບພະວິຊາ ຈັດພິທີປະກາດພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ.

ໃນວັນທີ 10 ເດືອນ 07 ປີ 2026, ວິທະຍາໄລເຕັກນິກ ສັບພະວິຊາ ໄດ້ຈັດພິທີປະກາດພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ເປັນທາງການ.

ໂດຍການເປັນປະທານຂອງ

ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວຽງທອງ

ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ,ສາບັນອາຊີວະສຶກສາ, ຜູ້ອຳນວຍການວິທະຍາໄລເຕັກອ້ອມຂ້າງທີຖືກເຊີນ , ພ້ອມດ້ວຍຄະນະອຳນວຍການ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານ ຄູ-ອາຈານ ຂອງວິທະຍາໄລເຕັກນິກ ສັບພະວິຊາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດອອກພັກການ-ຮັບອຸດໜູນບຳນານ ແລະ ຂໍ້ຕົກລົງຍ້ອງຍໍ ລວມມີ 2 ທ່ານ ຄື:

1. ທ່ານ ສຸລິວັນ ຄຳພາວົງ. ອາດິດ ຜູ້ອຳນ່ວຍການ ວິທະຍາໄລເຕັກນິກ ສັບພະວິຊາ

2. ທ່ານ ຄຳມູນ .ອາດິດ ຮອງຫົວໜ້າພາກວິຊາ ບໍ່ແຮ່

ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຄວາມດີເດັ່ນຂອງພະນັກງານລັດຖະກອນຜູ້ທີ່ອອກພັກການ-ຮັບອຸດໜູນບຳນານ ທີ່ໄດ້ທຸ້ມເທສະຕິປັນຍາເຂົ້າໃນການພັດທະນາສະຖາບັນຕະຫຼອດມາ. ພ້ອມດຽວກັນນັ້ນ, ທ່ານປະທານຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານຊຸດໃໝ່ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ການຊີ້ນຳ-ນຳພາ ບົນຫຼັກການລວມສູນປະຊາທິປະໄຕ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ແລະ ຕັ້ງໜ້າພັດທະນາການຮຽນ-ການສອນ ວິຊາຊີບ ແລະ ອາຊີວະສຶກສາ ຂອງວິທະຍາໄລເຕັກນິກ ສັບພະວິຊາ ໃຫ້ມີຄຸນນະພາບ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ.