ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ວັນທີ 9-07-2026
Featured

ວັນທີ 9-07-2026

9

ວິທະຍາໄລເຕັກນິກ ແຂວງວຽງຈັນ ຈັດພິທີປະກາດພະນັກງານລັດຖະກອນ

ອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຄະນະພະແນກ-ຄະນະພາກວິຊາ ຢ່າງເປັນທາງການ.

ໃນວັນທີ 9 ກໍລະກົດ 2026, ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປະກາດພະນັກງານລັດຖະກອນອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດ ການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 5 ແລະ 6 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ,

ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງສາ ອິນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ຕ່າງໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ຕ່າງໜ້າຄະນະຈັດຕັ້ງແຂວງ, ຜູ້ອຳນວຍການສະຖານອາຊີວະສຶກສາທີ່ຖືກເຊີນ, ພ້ອມດ້ວຍຄະນະອຳນວຍການ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານ ຄູ-ອາຈານ ຂອງວິທະຍາໄລເຕັກນິກແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ