
ພິທີຕ້ອນຮັບຜູ້ແທນຈາກ ສສ ເຢຍລະມັນ ທີ່ວິທະຍາໄລ ເຕັກນິກລາວ-ເຢຍລະມັນ (ວິທະຍາເຂດ 02)
ໃນວັນທີ 15 ມັງກອນ 2026 ໂດຍການເປັນປະທານຂອງທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ມີຮອງຫົວໜ້າພະແນກຮັບຜິດຊອບວຽກງານຂອງອາຊີຕາເວັນອອກສຽງໃຕ້, ກະຊວງ BMZ ສສ ເຢຍລະມັນ, ທ່ານ ອຸຣິດ ເກີລິນເນີ ( UlrichGeringer) ຫົວໜ້າຮັບຜິດຊອບການຮ່ວມມືຂອງສະຖານທູດເຢຍລະມັນປະຈຳ ສປປ ລາວ
ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ,
ຜູ້ຕາງໜ້າຈາກຫ້ອງການ GIZ ແລະ KFW ປະຈຳ ສປປ ລາວ, ຕາງໜ້າຈາກພາກທຸລະກິດ, ບັນດາຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ພະນັກງານຄູອາຈານເຂົ້າຮ່ວມພິທີ.