
ກອງປະຊຸມແລກປ່ຽນບົດຮຽນ ຮ່ວມກັບ ຄູ່ຮ່ວມງານ ທີ່ຈັດຕັ້ງປະຕິບັດກິດຈະກໍາການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ປະຈໍາປີ 2025 ແລະ ວາງແຜນການຈັດຕັ້ງປະຕິບັດ ປະຈໍາປີ 2026 ຂອງ ວຽກງານອົງປະກອບ 2 ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທໍາ, ພາຍໃຕ້ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໄລຍະທີ II (VTESS II) ໃນລະຫວ່າງວັນທີ 23-24 ກຸມພາ 2026, ທີ່ ໂຮງແຮມຮໍລິເດອິນ, ນະຄອນຫຼວງວຽງຈັນ
ຈຸດປະສົງຂອງກອງປະຊຸມ:
1. ທົບທວນ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ວິທີການທີ່ໄດ້ຮັບຜົນດີ, ສາເຫດທີ່ເຮັດໃຫ້ປະສົບຜົນສຳເລັດ ແລະ ບັນຫາທີ່ຍັງຄົງມີຢູ່ຂອງສະຖານອາຊີວະສຶກສາ ປະຈໍາປີ 2025 ແລະ ນໍາສະເໝີແຜນດໍາເນີນງານ ປະຈໍາປີ 2026 ພ້ອມທັງຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີຕ່າງໆ
2. ນຳສະເໜີກອບແນວຄິດ ແລະ ປຶກສາຫາລື ເພື່ອນໍາເອົາກິດຈະກຳດັ່ງກ່າວ ເຂົ້າໃນລະບົບການຝຶກອົບຮົມວິຊາຊີບຂອງສະຖານອາຊີວິວະສຶກສາ ໂດຍມີສະຖານອາຊີວະສຶກສາເປັນເຈົ້າການ;
3. ການພັດທະນາຄວາມສາມາດ ແລະ ການລິເລີ່ມວິທະຍາເຂດສີຂຽວ: ນຳສະເໝີການລິເລີ່ມໂດຍສະຖານອາຊີວະສຶກສາ ກ່ຽວກັບ ກິດຈະກຳຄວາມຍືນຍົງ ແລະ ຮູບແບບວິທະຍາເຂດສີຂຽວ ພ້ອມທັງການຝຶກອົບຮົມການເປັນຜູ້ປະກອບການຂັ້ນພື້ນຖານ ໃຫ້ແກ່ຄູອາຈານຂອງສະຖານອາຊີວະສຶກສາ.