
ກອງປະຊຸມແລກປ່ຽນບົດຮຽນ ຮ່ວມກັບ ຄູ່ຮ່ວມງານ ທີ່ຈັດຕັ້ງປະຕິບັດກິດຈະກໍາການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ປະຈໍາປີ 2025 ແລະ ວາງແຜນການຈັດຕັ້ງປະຕິບັດ ປະຈໍາປີ 2026 ຂອງ ວຽກງານອົງປະກອບ 2 ການໃຫ້ຄໍາປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທໍາ, ພາຍໃຕ້ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໄລຍະທີ II (VTESS II) ໃນວັນທີ 25 ກຸມພາ 2026, ທີ່ ໂຮງແຮມຮໍລິເດອິນ, ນະຄອນຫຼວງວຽງຈັນ.
- ຈຸດປະສົງຂອງກອງປະຊຸມ:
1. ເພື່ອນໍາສະເໜີຜົນໄດ້ຮັບຂອງການຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ (ຮູບແບບເຕັມວົງຈອນ) ຊຸດທີ 4;
2. ເພື່ອນໍາສະເໜີຜົນໄດ້ຮັບ ແລະ ຄວາມຄືບໜ້າ ຂອງ ການໃຫ້ຄໍາປຶກສາເພື່ອການຊອກວຽກ ໃຫ້ແກ່ຜູ້ເຂົ້າຮ່ວມວົງຈອນ ທີ່ຈົບການຝຶກອົບຮົມວິຊາຊີບ ລະດັບ 1 ແລະ ລະດັບ 2 ຈາກສະຖານອາຊີວະສຶກສາ (ຫຼື PTS);
3. ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ຈາກຜູ້ໃຫ້ຄໍາປຶກສາ ແລະ ຄູ່ຮ່ວມງານ ກ່ຽວກັບ ຜົນສໍາເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ແລະ ການໃຫ້ຄໍາປຶກສາເພື່ອການຊອກວຽກ;
4. ເພື່ອນໍາສະເໜີ ແຜນຈັດຕັ້ງປະຕິບັດວຽກງານການສະໜັບສະໜູນດ້ານການມີວຽກເຮັດງານທໍາ ປະຈໍາປີ 2026.