ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ວັນທີ 06-03-2026
Featured

ວັນທີ 06-03-2026

06 03 2026Sss

ຜົນສຳເລັດການຝຶກອົບຮົມຫົວຂໍ້: “ພື້ນຖານການປະກອບກິດຈະການ” ໃຫ້ແກ່ຄູສອນສະຖານອາຊີວະສຶກສາທີ່ມາຈາກ 13 ແຂວງທົ່ວປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກກົມອາຊີວະສຶກສາ ໃນລະຫວ່າງວັນທີ 2 ຫາ 6 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ແລະ ເປັນປະທານຮ່ວມໂດຍ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ໃນນີ້ລວມມີຜູ້ຮັບຜິດຊອບວຽກງານຝຶກອົບຮົມຂອງກົມອາຊີວະສຶກສາ, ທີມຄູຝຶກຈາກ ສລດ, ຄູສອນຈາກສະຖານອາຊີວະສຶກສາ 13 ແຂວງໃນທົ່ວປະເທດລວມທັງໝົດມີ 42 ທ່ານ, ຍິງ 19 ທ່ານ. ທີ່ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ.

1. ເພື່ອໃຫ້ຄູສອນຈາກສະຖານອາຊີວະທັງ 13 ແຂວງຮຽນຮູ້ກ່ຽວກັບພື້ນຖານການປະກອບກິດຈະການ ແລະ ນໍາໄປສິດສອນຕໍ່ໃນສະຖານອາຊີວະສຶກສາຂອງຕົນ ເພື່ອໃຫ້ເກີດປະໂຫຍດສູງສູດແກ່ຄູອາຈານ ແລະ ນ້ອງນັກຮຽນ;

2. ເພື່ອເຮັດໃຫ້ວຽກງານຂອງກົມອາຊີວະສຶກສາບັນລຸຕາມຈຸດປະສົງທີ່ຄາດໝາຍໄວ້ໃນການຈັດຕັ້ງການຝຶກອົບຮົມໃຫ້ກຸ່ມທີ່ເປັນເປົ້າໝາຍຂອງກົມອາຊີວະ