ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ວັນທີ: 24-03-2026
Featured

ວັນທີ: 24-03-2026

24 23 2026SS

ໜ່ວຍພັກຮາກຖານສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ ໃນວັນທີ 24 ມີນາ 2026 ທີ່ຫ້ອງປະຊຸມ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະພັກປະຈຳກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ເລຂາໜ່ວຍພັກຮາກຖານ, ຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ, ມີໜ່ວຍພັກຮາກຖານ ວິມະຍາໄລເຕັກນິກກະສິກຳດົງຄຳຊ້າງ, ວິທະຍາໄລເຕັກນິກລາວ-ເຢຍລະມັນ, ສະຖາບັນພັດທະນາຜູ້ບໍລິຫານການສຶກສາ ແລະ ສູນພັດທະນາການສຶກສານອກໂຮງຮຽນ ຕະຫຼອດຮອດແຂກຖືກເຊີນ, ສະມາຊິກພັກສົມບູນ ແລະ ສຳຮອງ ຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ກໍໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ວ່າດວ້ຍການເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນສະບັບເລກທີ 77/ຄພ. ສສກ, ລົງວັນທີ 5 ມີນາ 2026, ໂດຍການເຫັນດີ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 4 ສະຫາຍ ດັ່ງນີ້: ສະຫາຍ ນາງ ສຸດາລັດ ແສນພິລາວົງສາ, ສະຫາຍ ນາງ ບຸນມາລິ ຈັນບຸນມີ, ສະຫາຍ ຕຽງຄຳ ດຳດາຍ ແລະ ສະຫາຍ ນາງ ມະນີວອນ ພອນໄຊທິບ ໂດຍມມອບໃຫ້ຄະນະໜ່ວຍພັກຮາກຖານ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ ຈັດຕັ້ງພິທີຮັບເອົາພວກກ່ຽວເຂົ້າເປັນສະມາຊິກພັກສົມບູນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບພັກ ຂອງຄະນະພັກກະຊວງສຶກສາທິການ ແລະ ກິລາ. ໂອກາດດຽວກັນ, ສະຫາຍ ວິໄລພອນ ພົມມະຫາໄຊ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ສະມາຊິກພັກສົມບູນໃໝ່ ວ່າ: ຂໍໃຫ້ບັນດາສະຫາຍສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ, ທາງດ້ານແນວຄິດ-ການເມືອງກຳແໜ້ນໃຫ້ໄດ້ກົດລະບຽບ ແລະ ແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດທຸກໜ້າທີວຽກງານ, ເຕົ້າໂຮມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ພາຍນອກໃຫ້ເຂັ້ມແຂງ, ມີຈິດໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອສະມາຊິກດວ້ຍກັນ ໂດຍການເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ແລະ ປະກອບສວ່ນທຸກຢ່າງລວມທັງການດຳເນີນຊີວິດການເມືອງຂອງໜວ່ຍພັກຮາກຖານຢ່າງເປັນປົກກະຕິກ.