ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ຮູບພາບ
ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ເລກທີ 1 ຖະໜົນລ້ານຊ້າງ, ບ້ານຊຽງຍືນ, ນະຄອນຫຼວງວຽງຈັນ ໂທ: 021 216 473 : Fax: 021 216 473
ວັນທີ: 26-03-2026
Featured

ວັນທີ: 26-03-2026

26 03 2026small

ກອງປະຊຸມຄະນະຊີ້ນໍາໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ ໄລຍະ 3 (VELA 3) ແລະ ຄູ່ຮ່ວມງານ

ວັນພະຫັດ ທີ 26-03-2026 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ໂດຍການເປັນປະທານຮ່ວມ ຂອງ ທ່ານ ວິໄລພອນ ພົມມະຫາໄຊ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ສະເຫຼີມໄຊ ທ່ຽງທຳ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ລາວ ແລະ ຄະນະກໍາມະທິການຊີ້ນໍາ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ ແລະ ທ່ານ ນາງ ອັນຢາ ເຣເດີ, ຫົວໜ້າໂຄງການ VELA ແລະ ທິມຈັດຕັ້ງປະຕິບັດໂຄງການ VELA ແລະ ມີຜູ້ເຂົ້າຮ່ວມ ຜູ້ຕາງໜ້າຈາກ ກົມອາຊີວະສຶກສາ, ກົມປະກັນຄຸນະພາບ, ຫ້ອງການປະຈຳສະພາທີ່ປຶກສາ ອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ, ວິທະຍາ ໄລເຕັກນິກ ລາວ - ເຢຍລະມັນ, ວິທະຍາໄລ ເຕັກນິກ ປາກປາສັກ, ວິທະຍາໄລ ເຕັກນິກກະສິກຳ ດົງຄຳຊ້າງ, ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (DCT-SC) ແລະ ບໍລິສັດທີ່ປຶກສາ PEM ລວມທັງໝົດ ຈຳນວນ 20 ທ່ານ (ເພດຍິງ 06 ທ່ານ).

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳ ໄລຍະຜ່ານມາ ແລະ ປຶກສາຫາລື ຜ່ານແຜນດຳເນີນງານໂຄງການພັດທະນາອາຊີວະສຶກສາໃນ ສປປ ລາວ ໄລຍະ 3 (VELA 3) ປະຈຳປີ 2026 - 2027.

ສຄອຊ ໄດ້ໃຫ້ຄວາມສຳຄັນຫຼາຍຂຶ້ນໃນການສົ່ງເສີມ ແລະ ສະຫນັບສະຫນູນ ອາຊີວະສຶກສາ ໂດຍຖືເປັນໜຶ່ງໃນຫົກ ເສົາຄໍ້າ ຂອງແຜນຍຸດທະສາດການພັດທະນາພາກທຸລະກິດ ແລະ ໄດ້ເປີດສູນບໍລິການອາຊີວະສຶກສາແບບຄວບຄູ່ ຂຶ້ນ(DCT SC) ໃນເເດືອນກັນຍາ 2020.

ສູນບໍລິການ ອສຄ ໄດ້ຂະຫຍາຍການເຮັດວຽກ ຮ່ວມກັບ ສະພາການຄ້າແລະອຸດສາຫະກໍາແຂວງ ເພີ່ມຂຶ້ນ ໂດຍເລີ່ມຈາກ ສີ່ ແຂວງ ເປັນ ສິບເອັດແຂວງ. ສິ່ງທີ່ພົ້ນເດັ່ນຂຶ້ນຕື່ມແມ່ນ ສຄອ ແຂວງຫຼວງພະບາງ ໄດ້ລິເລີ່ມການເປັນຕັ້ນແບບໃນການສ້າງ ໂຕະບໍລິການ ອສຄ ໂດຍການສະໜັບສະໜູນຈາກໂຄງການ VELA.

ເພື່ອຄວາມຍືນຍົງຂອງຮູບແບບອາຊີວະສຶກສາແບບຄວບຄູ່ ໃນລະບົບອາຊີວະສຶກສາແຫ່ງຊາດ ແລະ ດ້ວຍເຫດຜົນດັ່ງກ່າວ, ໃນການປັບປຸງການຈ້າງງານຂອງນັກຮຽນໄວໜຸ່ມລາວ, ພາກທຸລະກິດຕ້ອງມີຄວາມເປັນເຈົ້າການ ແລະ ເປັນຄູ່ຮ່ວມງານ ຢ່າງໄກ້ສິດກັບ ກົມອາຊີວະສຶກສາ.

ໂດຍການເປັນຄູ່ຮ່ວມມືທີ່ຫ້າວຫັນ ພວກເຮົາສາມາດ ຕອບສະໜອງຊ່ອງຫວ່າງ ແຮງງານທີ່ຄວາມຊໍານານໄດ້ໄວຂຶ້ນ, ພ້ອມທັງປັບປຸງການຮັບປະກັນ ຄຸນນະພາບຂອງການຝຶກປະຕິບັດໃນບ່ອນເຮັດວຽກຕົວຈິງ ແລະ ຂະຫຍາຍໂອກາດໃຫ້ໄວໝຸ່ມທົ່ວປະເທດ.

ຕອນທ້າຍກອງປະຊຸມຄະນະປະທານໄດ້ສະແດງຄວາມເປັນຫວ່ງຕໍ່ກັບສະພາບເສດຖະກິດ ແລະ ລາຄານ້ຳມັນທີ່ມີການປັບຕົວຂຶ້ນສູງຢ່າງຕໍ່ເນື່ອງ, ພ້ອມທັງສະໜີໃຫ້ທຸກພາກສ່ວນໄດ້ຫາວິທີແກ້ໄຂ້ ຫຼື ອາດປັບປ່ຽນແຜນການຮຽນ-ການສອນຮ່ວມໃຫ້ມີຄວາມສອດຄ່ອງແທດເໝາະກັບສະພາບການດັ່ງກ່າວ.