
ພິທີປະກາດຍົກລະດັບ ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບແຂວງບໍລິຄຳໄຊ ໃນວັນທີ 22 ພຶດສະພາ 2026
ໃນວັນທີ 22 ພຶດສະພາ 2026 ໄດ້ມີພິທີປະກາດຍົກລະດັບ ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ປະລີນຍາເອກ
ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ບໍລິຄໍາໄຊ,
ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ,
ທ່ານ ວິໄລພອນ ພົມມະຫາໄຊ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພເພັດ
ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ທອງໃບ ທອງໃສ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ບໍລິຄັນ ກໍ່ໃຫ້ກຽດເຂົ້້າຮ່ວມ
ນອກຈາກນັ້ນ ຍັງມີບັນດາທ່ານ ກຳມະການພັກແຂວງ, ຫົວໜ້າກົມ/ຮອງຫົວໜ້າກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ການນໍາພັກ-ລັດ, ພະນັກງານອາວຸໂສບໍານານ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງແຂວງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຂວງ, ຫົວໜ້າພະແນກ, ຮອງພະແນກ ກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ,
ຜູ້ອຳນວຍການ/ຮອງຜູ້ອໍານວຍການຈາກສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ , ຕົວແທນຈາກພາກທຸລະກິດ, ຄະນະອໍານວຍການໂຮງຮຽນສາມັນ, ອໍານາດການປົກຄອງບ້ານ, ພ້ອມທັງຄະນະອຳນວຍການ, ພະນັກງານຄູ-ອາຈານທັງໝົດ ຈາກວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ບໍລິຄໍາໄຊ, ກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.