
ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ສ້າງຂະບວນການປູກຕົ້ນໄມ້ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ໃນວັນທີ 31 ມິຖຸນາ 2026 ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ໄດ້ສ້າງຂະບວນການປູກຕົ້ນໄມ້ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງຟົດຟື້ນ ຢູ່ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນຳພາໂດຍ ທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ໃນການສ້າງຂະບວນການໃນຄັ້ງນີ້ ບັນດາພະນັກງານ ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ໄດ້ພ້ອມກັນ ປູກຕົ້ນໄມ້ຕາມຈຸດຕ່າງໆ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ພາຍໃຕ້ຄໍາຂັວນ “ໜຶ່ງຄົນ ໜຶ່ງຕົ້ນ” ຄຊປປລ ກະຊວງສຶກສາທິການ ແລະ ກິລາ.