ກອງປະຊຸມນໍາສະເໜີ ແລະ ຮັບຮອງຜົນການທົບທວນ ພາລະບົດບາດຂອງ ສະພາທີ່ປຶກສາອາຊີວະສຶກສາ ແຫ່ງຊາດ (NTC)
ໃນວັນທີ 24 ມິຖຸນາ 2026 ໄດ້ມີກອງປະຊຸມນໍາສະເໜີ ແລະ ຮັບຮອງຜົນການທົບທວນ ພາລະບົດບາດຂອງ ສະພາທີ່ປຶກສາອາຊີວະສຶກສາ ແຫ່ງຊາດ (NTC) ຢູ່ທີ່ສູນກາງແນວລາວສ້າງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ເປັນປະທານຮ່ວມໂດຍ ທ່ານ ນາງ ດາວວະດິງ ພິລະໄຊພິທັກ ຮອງເລຂາທິການສະພາການຄ້າ, ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າສະຖາບັນ ພັດທະນາສີມືແຮງງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ມີອາດີດການນຳກະຊວງສຶກສາທິການ ແລະ ກິລາ, ອາດີດຫົວ ໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກຫ້ອງການສະພາທີ່ປຶກສາ ອາຊີວະສຶກສາ, ກົມອາຊີວະສຶກສາ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຖາບັນພັດທະນາສີມືແຮງງງານ ແລະ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ສະຖານປະກອບການ, ໜ່ວຍງານກຸ່ມອາຊີບ, ທະນາຄານໂລກ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.