
ກອງປະຊຸມຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງຊັ້ນມັດທະຍົມສຶກສາ.
ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງຊັ້ນມັດທະຍົມສຶກສາ. ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ແລະ ທ່ານ ນາງ ຄຳຕັນ ຈັນທີ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB). ນອກນັ້ນຍັງມີຜູ້ແທນຈາກ EU, ອົງການລຸກຊຳບວກ, ທ່ານ ຮອງຫົວໜ້າກົມອາຊີວະສຶກສາ, ຮອງຫົວໜ້າກົມການສຶກສາຊັ້ນສູງ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມການສຶກສາຊັ້ນສູງ ກໍ່ໃຫ້ກຽດເຂົ້າຮ່ວມ.
ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບກົນໄກ ແລະ ແບບແຜນວິທີການເຮັດວຽກ ຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງມັດທະຍົມສຶກສາ ແລະ ເພື່ອປຶກສາລືໃນການລິເລີ່ມການວາງແຜນ ການຮ່ວມມືໃນການຊຸກຍູ້ວຽກງານການສຶກສາຊັ້ນສູງ ແລະ ວຽກງານອາຊີວະສຶກສາ.
ກອງປະຊຸມເຫັນດີ ໃຫ້ມີການສ້າງ ແລະ ປັບປຸງ ບົດບາດ ແລະ ໜ້າທີ່ (TOR) ສະເພາະ ຂອງໜ່ວຍ TVES and HE.